วันเสาร์ที่ 17 พฤษภาคม พ.ศ. 2557


ລາຍງານຂ່າວເພີ່ມເຕີມ.
ເມື່ອເວລາ 17:00 ຂອງວັນທີ 17/5/2014 ໄດ້ມີການນຳສົ່ງສົບຜູ້ເສຍຊີວິດຈາກເຫດການຍົນຕົກ ທີ່ຊຽງຂວາງ ມາເຖິງ ສະຫນາມບິນວັດໄຕ. ພິທີໄດ້ຈັດຂື້ນຢ່າງສົມກຽດ.

ເຈົ້າໜ້າທີ່ປະຕິບັດການເກັບກູ້ຜູ້ເສຍຊີວິດຈາກເຫດເຮືອບິນ AN-74TK-300 ທີ່ຕົກຢູ່ແຂວງຊຽງຂວາງ (17/5/2014)




ລາຍງານເຂົ້າມາຕື່ມວ່າ, ຍົນທີ່ຕົກ ແມ່ນຍົນຂອງກອງທັບອາກາດ, ເປັນສາຍການບິນພິເສດ. ໄດ້ຕົກຕອນເວລາປະມານ 6:15 ວັນທີ 17 ພຶດສະພາ 2014, ທີ່ບ້ານນາດີ ເມືອງແປກ, ແຂວງຊຽງຂວາງ.
ຈາກຂໍ້ມູນບໍ່ເປັນທາງການ, ມີຜູ້ລອດຊີວິດ 3 ຄົນ ໃນນັ້ນ ມີສາວແອ 1 ຄົນ.
ຍັງບໍ່ທັນມີຂໍ້ມູນລະອຽດ ຈຳນວນຜູ້ໂດຍສານ ແລະ ຈຸບິນທັງໝົດ ຂອງຖ້ຽວບິນນີ້. ແລະ ບໍ່ຮູ້ເຊັ່ນກັນວ່າ ຖ້ຽວບິນນີ້ມີການນຳຄົນສຳຄັນໄປນຳຫຼືບໍ່.
ຊ່ວຍກັນພາວະນາ ໃຫ້ມີຜູ້ລອດຊີວິດເພີ່ມ.
ສາຍບິນພິເສດນີ້ ແມ່ນບິນຈາກ ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ຈະໄປຊຽງຂວາງ. ໃນຕອນເຊົ້າ ວັນທີ 17 ພຶດສະພາ 2014. ເພື່ອຈະໄປຮ່ວມງານ ສະຫຼອງ ບັ້ນຮົບປົດປ່ອຍທົ່ງໄຫຫີນ.
ຂອບໃຈລາຍລະອຽດຈາກ: ໂທລະໂຄ່ງ THOLAKHONG










ไม่มีความคิดเห็น:

แสดงความคิดเห็น